Ministry of Health, Lao PDR
 National Center of Food & Drug Analysis

Visions and Strategy of the National Center of Food & Drug Analysis

 

ວິໄສທັດ 

“ປັບປຸງ ແລະ ພັດທະນາສູນໃຫ້ເປັນໜຶ່ງໃນບັນດາໜ່ວຍງານ/ອົງກອນ ທີ່ສາມາດສະໜອງການບໍລິການດ້ານການວິໄຈອາຫານ, ຢາ, ແລະ ຜະລິດຕະພັນການແພດ, ແລະ ການສອບທຽບເຄື່ອງມືອຸປະກອນວິໄຈ ທີ່ມີຄຸນນະພາບນໍາໜ້າທົ່ວປະເທດ ແລະ ທຽບເທົ່າພາກພື້ນອາຊີອາຄະເນ”.

ພັນທະກິດ 

  1. ຄົ້ນຄວ້າ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ເຕັກນິກການວິໄຈ ເພື່ອຂະຫຍາຍຂອບເຂດຄວາມອາດສາມາດໃນການວິໄຈ;
  2. ພັດທະນາຄວາມອາດສາມາດຂອງສູນໃຫ້ໄດ້ຮັບຮອງມາດຕະຖານສາກົນ ISO/IEC 17025:2017, WHOPQ ແລະ GLP ດ້ານການວິໄຈອາຫານ, ຢາ, ຜະລິດຕະພັນການແພດ, ແລະ ການສອບທຽບເຄື່ອງມືອຸປະກອນວິໄຈ;
  3. ຍົກລະດັບການໃຫ້ບ ລິການດ້ານວິຊາການ ແລະ ການກວດວິໄຈ ອາຫານ, ຢາ, ແລະ ຜະລິດຕະພັນການແພດ ໃນຖານະເປັນຫ້ອງວິໄຈແຫ່ງຊາດ;
  4. ພັດທະນາຄຸນນະພາບຫ້ອງວິໄຈຂອງສູນ ເພື່ອສະໜັບສະໜູນດ້ານວິຊາການ ແລະ ຖ່າຍທອດເຕັກນິກການວິໄຈແກ່ຫ້ອງວິໄຈເຄືອຂ່າຍ.

ແຜນຍຸດທະສາດ

  1. ພັດທະນາຂີດຄວາມອາດສາມາດ ແລະ ຄວາມທັນສະໄໝໃນການວິໄຈອາຫານ, ຢາ, ຜະລິດຕະພັນການແພດ ແລະ ການສອບທຽບເຄື່ອງມືອຸປະກອນວິໄຈ;
  2. ຍົກລະດັບຄຸນນະພາບ ແລະ ພັດທະນາຄວາມອາດສາມາດຂອງຫ້ອງວິໄຈ ຕາມມາດຕະຖານສາກົນ ISO/IEC 17025:2017, WHOPQ ແລະ GLP ເພື່ອສົ່ງເສີມຜະລິດຕະພັນພາຍໃນເປັນສິນຄ້າ ແລະ ສົ່ງອອກໄປຕ່າງປະເທດ ລວມທັງຢັ້ງຢືນສິນຄ້ານໍາເຂົ້າ ເພື່ອຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ;
  3. ຍົກລະດັບການໃຫ້ບໍລິການດ້ານວິຊາການ ແລະ ການກວດວິໄຈ ອາຫານ, ຢາ, ແລະ ຜະລິດຕະພັນການແພດ ໃນຖານະເປັນຫ້ອງວິໄຈແຫ່ງຊາດ;
  4. ພັດທະນາຄຸນນະພາບຫ້ອງວິໄຈຂອງສູນ ເພື່ອສະໜັບສະໜູນດ້ານວິຊາການ ແລະ ຖ່າຍທອດເຕັກນິກການວິໄຈແກ່ຫ້ອງວິໄຈເຄືອຂ່າຍ.

File Title Language Action
VisionLaoDownload

 

Documents
Regislations
Contact Us