ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ພາລະບົດບາດ ແລະ ໜ້າທີ່

ສູນວິໄຈອາຫານ ແລະ ຢາ ຂຽນຫຍໍ້ເປັນຕົວອັກສອນ “ສອຢ”
  • ຊື່ເປັນພາສາຝຣັ່ງ: National Centre d’Analyse des Aliments et des Medicaments “NCAAM”,
  • ຊື່ເປັນພາສາອັງກິດ: National Center of Food and Drug Analysis “NCFDA”
  • ແມ່ນການຈັດຕັັ້ງທາງດ້ານວິຊາການໜື່ງຂອງກະຊວງ ສາທາລະນະສຸກ ຢູ່ພາຍໃຕ້ການຊີ້ນໍາ, ກວດກາ ແລະ ການຄຸ້ມຄອງດ້ານມະຫາພາກຂອງກົມອາຫານ ແລະ ຢາ ມີພາລະບົດບາດໃນການຈັດຕັັ້ງປະຕິບັດວຽກງານ:
  • ວິເຄາະ-ວິໄຈອາຫານ ແລະ ຢາ, ຜະລິດຕະພັນການແພດ, ເຄື່ອງສໍາອາງ, ຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດປະສາດ, ພິດເບື່ອຈາກຜະລິດຕະພັນອາຫານແລະຢາ,
  • ສອບທຽບເຄື່ອງມືອຸປະກອນການວິໄຈ, 
  • ຄົັ້ນຄວ້າວິທະຍາສາດດ້ານວິໄຈອາຫານ ແລະ ຢາ.
ຫນ້າທີ່
  1. ຜັນຂະຫຍາຍແນວທາງນະໂຍບາຍ, ແຜນຍຸດທະສາດຂອງ ກະຊວງສາທາລະນະສຸກ ກ່ຽວກັບວຽກງານວິເຄາະ-ວິໄຈ ອາຫານ, ຢາ, ຜະລິດຕະພັນການແພດ, ເຄື່ອງສໍາອາງ, ຢາ ເສບຕິດ, ພິດເບື່ອຈາກຜະລິດຕະພັນອາຫານ ແລະ ຢາ, ສອບທຽບເຄື່ອງມືອຸປະກອນການວິໄຈ ແລະ ຄົັ້ນຄວ້າ ວິທະຍາສາດດ້ານວິໄຈອາຫານ ແລະ ຢາ ເປັນຍຸດທະສາດໄລຍະສັັ້ນ ແລະ ໄລຍະຍາວ, ແຜນການ ແລະ ໂຄງການລະອຽດຂອງຕົນ ພ້ອມທັງຈັດຕັັ້ງປະຕິບັດໃຫ້ ປະກົດຜົນເປັນຈິງ;
  2. ເປັນເສນາທິການໃຫ້ກົມໃນການຄົັ້ນຄວ້າຮ່າງແຜນຍຸດທະສາດ, ນະໂຍບາຍ, ຂໍ້ແນະນຳ, ຫຼັກການ, ມາດຕະຖານ ຕ່າງໆ ກ່ຽວກັບວຽກງານວິເຄາະ-ວິໄຈອາຫານ, ຢາ, ຜະລິດຕະພັນການແພດ ແລະ ພິດເບື່ອຈາກຜະລິດຕະພັນ ອາຫານ ແລະ ຢາ;
  3. ພັດທະນາຄູ່ມື , ເຄື່ອງມືແລະ ສື່ທາງດ້ານວິເຄາະ-ວິໄຈ ອາຫານ, ຢາ, ຜະລິດຕະພັນການແພດ, ເຄື່ອງສໍາອາງ, ຢາເສບຕິດ, ພິດເບື່ອຈາກຜະລິດຕະພັນອາຫານ ແລະ ຢາ ໂດຍປະສານສົມທົບກັບພາກສ່ວນທີື່ກ່ຽວຂ້ອງ;
  4. ເກັບຕົວຢ່າງ, ຮັບຕົວຢ່າງຜະລິດຕະພັນອາຫານ ແລະ ຢາ, ວັດຖຸດິບປຸງແຕ່ງອາຫານ ແລະ ຢາ ຢູ່ສະຖານທີ່ຕ່າງໆ ໃຫ້ຖືກຕ້ອງຕາມມາດຕະຖານ ຕາມການສະເໜີຂອງ ພາກສ່ວນທີ່ກ່ຽວຂ້ອງ;
  5. ວິເຄາະ-ວິໄຈ ອາຫານ, ຢາ, ຜະລິດຕະພັນການແພດ, ເຄື່ອງສໍາອາງ, ຢາເສບຕິດ, ພິດເບື່ອຈາກອາຫານ ແລະ ຢາ;
  6. ສອບທຽບເຄື່ອງມື ອຸປະກອນວິໄຈ ຂອງຫ້ອງວິໄຈອາຫານ ແລະ ຢາ ແລະ ຫ້ອງວິໄຈອື່ນໆ ໃຫ້ສອດຄ່ອງຕາມ ມາດຕະຖານສາກົນ;
  7. ຄົັ້ນຄວ້າວິທະຍາສາດ, ເຜີຍແຜ່ ແລະ ນໍາໃຊ້ຜົນການ ຄົັ້ນຄວ້າ ທາງດ້ານເຕັກນິກ ການວິເຄາະ-ວິໄຈອາຫານ ແລະ ຢາ ໃນຂອບເຂດທົື່ວປະເທດ;
  8. ປະກອບສ່ວນດໍາເນີນການກວດກາບັນດາຫົວໜ່ວຍວິຊາການ, ໜ່ວຍງານອື່ນໆທີື່ດໍາເນີນການເຄື່ອນໄຫວກ່ຽວກັບ ອາຫານ ແລະ ຢາ ຕາມການມອບໝາຍ;
  9. ປະກອບສ່ວນໃນການເຝົັ້າລະວັງ, ຕິດຕາມຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ແລະ ຢາ, ຜະລິດຕະພັນການແພດ, ເຄື່ອງສໍາອາງ, ຢາເສບຕິດ ແລະ ວັດຖຸອອກລິດຕໍ່ຈິດປະສາດ, ພິດເບື່ອຈາກຜະລິດຕະພັນ ອາຫານ ແລະ ຢາ;
  10. ຕິດຕາມ ແລະ ກວດກາຄຸນນະພາບຂອງການຈັດຕັັ້ງ ປະຕິບັດຫລັກການ ການປະຕິບັດຫ້ອງທົດລອງທີື່ດີ(GLP) ແລະມາດຕະຖານສາກົນ ISO/IEC 17025 ວ່າດ້ວຍ ຄວາມສາມາດຂອງຫ້ອງທົດລອງທົດສອບ ແລະ ຫ້ອງທົດລອງສອບທຽບ ຂອງບັນດາຫົວໜ່ວຍທີ່ດໍາເນີນການ ວິເຄາະ-ວິໄຈ ດ້ານອາຫານ ແລະ ຢາ;
  11. ປະກອບສ່ວນຮ່ວມກັບຄະນະກ າມະການໃນການ ກວດກາຫຼັກການ ການຜະລິດທີ່ດີ(GMP);
  12. ພັດທະນາຄວາມສາມາດດ້ານວິເຄາະ-ວິໄຈພິດເບື່ອຈາກ ອາຫານ ແລະ ຢາ ແລະ ສ້າງຄວາມເຂັັ້ມແຂງຕາໜ່າງຫ້ອງ ວິໄຈອາຫານ ແລະ ຢາ ແຕ່ລະຂັັ້ນ ໃນຂອບເຂດທົື່ວ ປະເທດ;
  13. ປະກອບສ່ວນໃນວຽກງານກໍ່ສ້າງ, ບໍາລຸງສ້າງ, ຝຶກອົບຮົມ ວິຊາການ ໃນການຄຸ້ມຄອງຫ້ອງທົດລອງ ແລະ ເຕັກນິກ ການວິເຄາະວິໄຈດ້ານອາຫານ ແລະ ຢາ ໃຫ້ຂະແໜງການ ຕ່າງໆ ທັງພາກລັດ ແລະ ເອກະຊົນ ທັງເປັນບ່ອນຝຶກງານ ໃຫ້ແກ່ນັກສຶກສາຈາກສະຖາບັນການສຶກສາຕ່າງໆ;
  14. ເຂົັ້າຮ່ວມໃນການສ້າງຫຼັກສູດການຮຽນ-ການສອນ ກ່ຽວ ກັບວຽກງານວິໄຈອາຫານ ແລະ ຢາ ໂດຍສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ;
  15. ພົວພັນ, ປະສານງານ ແລະ ຮ່ວມມືກັບອົງການຈັດຕັັ້ງລັດ ແລະ ເອກະຊົນ ກ່ຽວກັບວຽກງານວິເຄາະ-ວິໄຈອາຫານ ແລະ ຢາ ໃນຂະແໜງສາທາລະນາສຸກ ແລະ ຂະແໜງການອື່ນໆ ທັງພາຍໃນ ແລະ ຕ່າງປະເທດ; 16. ຄຸ້ມຄອງງົບປະມານ, ເງິນເດືອນ, ເງິນບໍລິຫານ, ຈັດຊື້-ຈັດຈ້າງ, ຄຸ້ມຄອງບັນຊີ, ຄັງເງິນສົດ, ຄຸ້ມຄອງຊັບສິນ, ພາຫານະ, ວັດຖຸອຸປະກອນທີື່ຮັບໃຊ້ເຂົັ້າໃນວຽກງານຂອງສູນ;
  16. ຄົັ້ນຄວ້າ ແລະ ສະເໜີແຕ່ງຕັັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັັ້ນຂັັ້ນ ແລະ ປະຕິບັດວິໄນຕໍ່ລັດຖະກອນຂອງສູນ ຕາມ ກົດໝາຍ ແລະ ລະບຽບການທີ່ກໍານົດໄວ້;
  17. ຈັດກອງປະຊຸມສໍາມະນາ, ປຶກສາຫາລືແລກປ່ຽນຄວາມ ຄິດເຫັນກ່ຽວກັບວຽກງານວິໄຈອາຫານ ແລະ ຢາ ຕາມ ການອະນຸມັດຂອງຂັັ້ນເທິງ
  18. ສະຫຼຸບລາຍງານກ່ຽວກັບການປະຕິບັດວຽກງານວິໄຈ ອາຫານ ແລະ ຢາ ຢ່າງເປັນປົກກະຕິ;
  19. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັັ້ນເທິງ.

ຊື່ເອກະສານ ພາສາ action
ພາລະບົດບາດແລະໜ້າທີ່ລາວດາວໂຫລດ
ອັງກິດດາວໂຫລດ

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ