ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ປະຫວັດຄວາມເປັນມາ

- ໃນວັນທີ 30 ມັງກອນ 1990: “ສູນວິໄຈຢາ” ໄດ້ຮັບການສ້າງຕັ້ງຂຶ້ນ ຕາມຂໍ້ກຳນົດຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 79/ກຊສ, ເພື່ອວິໄຈຄຸນນະພາບຂອງຜະລິດຕະພັນຢາ.

- ວັນທີ 05 ມີຖຸນາ 1995: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນໄດ້ຮັບການປັບປຸງ ແລະ ປ່ຽນຊື່ມາເປັນ “ສູນວິໄຈອາຫານແລະຢາ” (ສອຢ) ຕາມຂໍ້ກຳນົດຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 886/ກຊສ, ເພື່ອໃຫ້ສອດຄ່ອງກັບວຽກງານຄຸ້ມຄອງອາຫານ ຂອງກົມອາຫານແລະຢາ.

- ວັນທີ 28 ຕຸລາ 2005: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນ ໄດ້ຮັບການປັບປຸງ ຕາມຂໍ້ກຳນົດຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 1378/ກຊສ, ເພື່ອສາມາດຕອບສະໜອງຕໍ່ສະພາບການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.

- ວັນທີ 21 ເມສາ 2020: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນ ໄດ້ຮັບການປັບປຸງແກ້ໄຂ ຕາມຂໍ້ກຳນົດຂອງລັດຖະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 0885/ສທ.

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ