ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ອົງການອາຫານໂລກ (World Food Program) ມາຢ້ຽມຢາມສູນວິໄຈອາຫານ ແລະ ຢາ
ປະກາດໂດຍ: Khamxay Thao, ວັນທີ: 25/04/2024

   ໃນວັນທີ 20 ກຸມພາ 2024 ສູນວິໄຈອາຫານ ແລະ ຢາ ນໍາພາໂດຍ ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ ພ້ອມດ້ວຍຄະນະ ແລະ ຂະແໜງທີ່ກ່ຽວຂ້ອງໄດ້ຕ້ອນຮັບການມາຢ້ຽມຢາມຂອງອົງການອາຫານໂລກ (World Food Program/WFP) 3 ທ່ານ. ເພື່ອປຶກສາຫາລືກ່ຽວກັບວຽກງານການວິໄຈອາຫານ ເພື່ອໃຫ້ມີຄວາມເຂົ້າໃຈຂະບວນການ ແລະ ຄວາມສາມາດໃນການວິໄຈອາຫານຂອງສູນວິໄຈອາຫານ ແລະ ຢາ ທີ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງ ອົງການອາຫານໂລກ ໃຫ້ມີຄວາມສະດວກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນອະນາຄົດ.

ຂຽນຂ່າວໂດຍ:  ນ. ວິນິນດາ ວົງໄຊຍາ               

                         

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ