ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ຝຶກອົບຮົມໃຫ້ແກ່ໂຮງງານ ຜະລິດຢາ ລາວພັນທະມິດ ຟາມາ ກຣຸບ ຈໍາກັດ
ປະກາດໂດຍ: Khamxay Thao, ວັນທີ: 25/04/2024

   ໃນວັນທີ 26-27 ກຸມພາ 2024 ຄະນະກໍຳມະການ GMP ກະຊວງສາທາລະນະສຸກ ລົງຝຶກອົບຮົມ ແລະ ກວດກາຫຼັກການການຜະລິດທີ່ດີ (GMP) ໃຫ້ແກ່ໂຮງງານຜະລິດຢາລາວພັນທະມິດ ຟາມາ ກຣຸບ ຈໍາກັດ (Laos Alliance Pharmaceutical Group Co., Ltd) ໂດຍການເປັນປະທານຂອງທ່ານ ປອ. ດຣ. ສຸຣິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ເຊິ່ງມີຄະນະກໍາມະການເຂົ້າຮ່ວມທັງໝົດ 11 ຄົນ, ຍິງ 06 ຄົນ (ກົມອາຫານ ແລະ ຢາ 5 ຄົນ, ສູນວິໄຈອາຫານ ແລະ ຢາ 4 ຄົນ ແລະ ກອງກວດກາອາຫານ ແລະຢາ 2 ຄົນ), ນັກສໍາມະນາກອນຂອງໂຮງງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ທັງໝົດ 22 ຄົນ, ຍິງ 10 ຄົນ. ສໍາລັບສູນວິໄຈອາຫານ ແລະ ຢາ ແມ່ນນໍາພາໂດຍ ທ່ານ ປທ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ ເຊິ່ງຮັບຜິດຊອບລະບົບຄຸ້ມຄອງຄຸນນະພາບ (QC system, QC document), ການກວດສອບຄວາມຖືກຕ້ອງ ແລະ ການສອບທຽບ (Validation and Calibration) ແລະ ສັນຍາການວິໄຈ (Contract Analysis). ຈຸດປະສົງແມ່ນເພື່ອຝຶກອົບຮົມຄືນໃຫ້ພະນັກງານຂອງໂຮງງານໄດ້ຮັບຮູ້ ແລະ ເຂົ້າໃຈຫຼັກການການຜະລິດ ແລະ ການກວດກາຕາມລະບົບ GMP ຂອງອົງການອະນາໄມໂລກ (WHO) ໃຫ້ຜະລິດຕະພັນຢາທີ່ຜະລິດອອກມາ ມີຄຸນນະພາບ, ມີຄວາມປອດໄພ ແລະ ເປັນບ່ອນອີງໃນການຕໍ່ໃບຢັ້ງຢືນ GMP. ພາຍຫຼັງຝຶກອົບຮົມແລ້ວຄະນະກໍາມະການກໍ່ໄດ້ລົງກວດກາໂຮງງານຕົວຈິງ ເພື່ອສະເໜີໃຫ້ມີການປັບປຸງໃຫ້ດີຂື໊ນ.

ຂຽນຂ່າວໂດຍ: ປທ. ຄໍາໄຊ ທ່າວ

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ