ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກົມລ້ຽງສັດ ແລະ ການປະມົງ ມາຢ້ຽມຢາມ ສູນວິໄຈອາຫານ ແລະ ຢາ
ປະກາດໂດຍ: Khamxay Thao, ວັນທີ: 24/04/2024

ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ນຳພາໂດຍ ທ່ານ ອິນຖາ ພວງສຸວັນ ຫົວ  ໜ້າພະແນກຄຸ້ມຄອງຜະລິດຕະພັນສັດ-ສັດນ້ຳ ໄດ້ນໍາພາທີມງານ 20 ທ່ານ ເຊິ່ງເປັນຄະນະທີມງານນັກຝຶກອົບຮົມຈາກກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະການຄ້າ ພ້ອມກັບພະນັກງານຂອງຫ້ອງການສະຫະພາບເອີຣົບ ປະຈໍາ ສປປ ລາວ ມາຢ້ຽມຢາມສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ, ຈຸດປະສົງ ເພື່ອແລກປ່ຽນບົດຮຽນກ່ຽວກັບການວິໄຈຜະລິດຕະພັນອາຫານຂອງສູນວິໄຈອາຫານ ແລະ ຢາ ໃນວັນທີ 15 ກຸມພາ 2024 ໂດຍມີຄະນະສູນ ແລະພະນັກງານສູນວິໄຈອາຫານ ແລະ ຢາ ໃຫ້ການຕ້ອນຮັບເປັນຢ່າງດີ.

ຂຽນຂ່າວໂດຍ:  ນ. ວິນິນດາ ວົງໄຊຍາ               

  

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ