ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ລົງປະຕິບັດກິດຈະກໍາພາກ 63/2023 ທີ່ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງວຽງຈັນ ແຂວງບໍລິຄໍາໄຊ ແລະ ແຂວງຫຼວງພະບາງ
ປະກາດໂດຍ: Khamxay Thao, ວັນທີ: 20/02/2024

     ການລົງໄປຝຶກອົບຮົມ ແລະ ຕິດຕາມວຽກງານອາຫານ ແລະ ຢາ ໃຫ້ບັນດາຂະແໜງອາຫານ ແລະ ຢາ ແຂວງແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ເຊິ່ງທຸກໆປີສູນວິໄຈອາຫານ ແລະຢາ ຈະໄປທົບທວນວຽກງານວິໄຈອາຫານ ແລະ ຢາໃຫ້ແຂວງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແຂວງມີຄວາມຮູ້ຄວາມສາມາດຫຼາຍຂື້ນເຊັ່ນ ການຖອດຖອນບົດຮຽນ, ການເກັບຕົວຢ່າງ, ການນໍາສົ່ງຕົວຢ່າງ ແລະ ການວິໄຈອາຫານ ແລະ ຢາ. ດັ່ງນັ້ນໃນລະ​ຫວ່າງວັນທີ 15-19 ມັງກອນ 2024  ພະນັກງານສູນວິໄຈອາຫານ ແລະ ຢາ ໄດ້ລົງໄປຝຶກອົບຮົມໃຫ້ຂະແໜງອາຫານ ແລະ ຢາ ແຂວງຊຽງຂວາງ ແລະ ແຂວງຫົວພັນ ໂດຍການນໍາພາຂອງ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ. ພ້ອມດຽວກັນນັ້ນພະນັກງານ  ສອຢ ຈໍານວນໜຶ່ງກໍ່ໄດ້ລົງໄປຝຶກອົບຮົມໃຫ້ບັນດາຂະແໜງອາຫານ ແລະ ຢາແຂວງຄື ແຂວງວຽງຈັນ ນໍາພາໂດຍ ດຣ. ພັດສະລີ ອຸດົມສັກ ຫົວໜ້າຂະແໜງວິໄຈຢາ ແລະ ເຄື່ອງສໍາອາງ, ແຂວງບໍລິຄໍາໄຊ ນໍາພາໂດຍ ດຣ. ສີສົມສັກ ແກ້ວບົວເງິນ ຫົວໜ້າຂະແໜງວິໄຈອາຫານ ແລະ ແຂວງຫຼວງພະບາງ ນໍາພາໂດຍ ດຣ. ແສງຈັນ ພົງສະຫວັດ ຮອງຫົວໜ້າຂະແໜງຮັບປະກັນຄຸນນະພາບ. ສໍາລັບການລົງຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຖອດຖອນບົດຮຽນວຽກງານການວິໄຈ ແລະ ການເກັບຕົວຢ່າງອາຫານ ແລະ ຢາ.

ຂຽນຂ່າວໂດຍ: ດຣ. ພັດສະລີ ອຸດົມສັກ

 

   

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ