ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ເຂົ້າຮ່ວມກວດກາອາຫານປອດໄພ ໃນກອງປະຊຸມອາຊຽນ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ
ປະກາດໂດຍ: Khamxay Thao, ວັນທີ: 20/02/2024

     ໃນລະ​ຫວ່າງວັນທີ 22-26 ມັງກອນ 2024 ພະນັກງານ   ສອຢ ໄດ້ເຂົ້າຮ່ວມກວດກາວຽກງານອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ ໃນບັນດາກອງປະຊຸມອາຊຽນຢູ່ ສປປ ລາວ ເພື່ອໃຫ້ມີຄວາມປອດໄພຕໍ່ຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ໂດຍການນໍາພາຂອງ ດຣ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ, ສໍາລັບ ສອຢ ແມ່ນເຂົ້າຮ່ວມ 3 ທ່ານຄື:  ດຣ. ນ.  ເພັດກົງໃຈ ແສນຈົງຮັກ, ນາງ ວິລາວັນ ຢ່າງໄກຫື,  ນາງ ວິນີນດາ ວົງໄຊຍາ. ສະຖານທີ່ລົງປະຕິບັດວຽກຄັ້ງນີ້ ແມ່ນບັນດາໂຮງແຮມ ຫຼື ຮ້ານອາຫານທີ່ຈັດກອງປະຊຸມ ແລະ ຄະນະຜູ້ແທນມາພັກເຊົາຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ.  

ຂຽນຂ່າວໂດຍ: ນ. ວິນິນດາ ວົງໄຊຍາ

    

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ