ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມຄະນະປະສານງານ ກົນໄກໃນການປະສານງານຂະແໜງສາທາລະນະສຸກ ລະດັບຕັດສິນນະໂຍບາຍ
ປະກາດໂດຍ: Chanthamaly Thongsavath, ວັນທີ: 03/01/2024

 

          ໃນວັນທີ 18 ທັນວາ 2023 ທີ່ນະຄອນຫຼວງວຽງຈັນ, ທ່ານ ດຣ.ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານແລະຢາ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະສານງານ ກົນໄກໃນການປະສານງານຂະແໜງສາທາລະນະສຸກ ລະດັບຕັດສິນນະໂຍບາຍຂື້ນ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ  ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ  Kenichi KOBAYASHI, Ambassador of Japan, Embassy in Lao PDR, Dr. Ying-Ru Jacqaline Lo ,  WHO Representative To Lao PDR. ມີບັນດາ ຫ້ອງການກະຊວງສາທາລະນະສຸກ, ບັນດາກົມ, ອະທິການບໍດີ, ສະຖາບັນສາທາລະນະສຸກສາດ, ໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາ, ຕາງໜ້າບັນດາກະຊວງ, ບັນດາເອກອັກຄະລັດຖະທູດ, ອົງການຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ ຈຳນວນ 84 ທ່ານ ຍິງ 54 ທ່ານ.

       ກອງປະຊຸມດັ່ງກ່າວບັນດາຄະນະປະສານງານ ແມ່ນໄດ້ພ້ອມກັນປຶກສາຫາລື ຜົນການຈັດຕັ້ງປະຕິບັດວຽກງານ ການປະສານງານຂອງຂະແໜງສາທາລະນະສຸກ ໃນໄລຍະໜຶ່ງປີຜ່ານມາ, ເຊີ່ງຄະນະປະສານງານລະດັບຕັດສິນນະໂຍບາຍ ຈະໄດ້ປະກອບສ່ວນຊ່ວຍກັນ ໃນການພັດທະນາວຽກງານສາທາລະນະສຸກ ໃຫ້ດີຂື້ນໂດຍສຸມໃສ່ 8 ແຜນງານ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ໂດຍສະເພາະ 11 ຕົວຊີ້ບອກທີ່ສະພາຮັບຮອງ ແລະ ຜົນຂອງກອງປະຊຸມຈະໄດ້ເປັນຂໍ້ມູນພື້ນຖານໃນການລາຍງານ ຕໍ່ກອງປະຊຸມໂຕະມົນທີ່ຈະຈັດຂື້ນເດືອນ ກຸມພາ ປີ 2024 ນີ້. 

ຂຽນຂ່າວໂດຍ: ທ.​ສົມໃຈ ຈັນທະປານີ

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ