ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ການເຂົ້າຮ່ວມຂະບວນການ ບໍລິຈາກເລືອດ
ປະກາດໂດຍ: Chanthamaly Thongsavath, ວັນທີ: 05/12/2023

 

           ໃນວັນທີ 03 ພະຈິກ 2023, ທີ່ກະຊວງປ້ອງກັນປະເທດ ໄດ້ມີຂະບວນການບໍລິຈາກເລືອດ 02 ກະຊວງແຮກສ່ຽວ ຈັດຂື້ນໂດຍ ຊາວໜຸ່ມກະຊວງປ້ອງກັນປະເທດ ແລະ ຊາວໜຸ່ມກະຊວງສາທາລະນະສຸກ ເພື່ອເປັນການຄຳນັບຮັບຕ້ອນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ໂດຍມີ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງຂອງພັກ ພ້ອມດ້ວຍພະນັກງານ ແພດ - ໝໍ, ນາຍ ແລະ ພົນທະຫານ ເຂົ້າຮ່ວມ. ຕາງໜ້າ ຊາວໜຸ່ມຮາກຖານ ສອຢ ນໍາພາຂະບວນການໂດຍ ທ່ານ ດຣ.​ ບຸນສີ ສີບຸນເຮືອງ ຮອງຫົວໜ້າສູນວິໄຈອາຫານແລະຢາ ແລະ ທ່ານ ສົມໃຈ ຈັນທະປານີ ຄະນະຊາວໜຸ່ມຮາກຖານ ສອຢ ພ້ອມດ້ວຍສະມາຊິກຊາວໜຸ່ມ 03 ສະຫາຍເຂົ້າຮ່ວມ.

ຂຽນຂ່າວໂດຍ: ນ. ຈັນທະມາລີ ທອງສະຫວັດ

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ