ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຫຼັກການ GMP ແລະ ການປະຕິບັດຫຼັກການ GLP
ປະກາດໂດຍ: Chanthamaly Thongsavath, ວັນທີ: 27/11/2023

 

          ກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຫຼັກການ ການຜະລິດທີ່ດີ (GMP) ແລະ ການປະຕິບັດຫ້ອງທົດລອງທີ່ດີ (GLP) ໄດ້ ຈັດຂື້ນ ໃນວັນທີ 20 - 21 ພະຈິກ 2023, ທີ່ຫ້ອງປະຊຸມໂຮງແຮມວິໄລວົງ, ມ.​ວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານແລະຢາ ມີຜູ້ເຂົ້າຮ່ວມຈາກ ສາມພາກສ່ວນ (ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ), ຕ່າງໜ້າຜູ້ເຂົ້າຮ່ວມຈາກສູນວິໄຈອາຫານແລະຢາ ມີ ທ່ານ ດຣ.​ ລໍາເພັດ ຂຸນສັກນະລາດ ຮອງຫົວໜ້າສູນວິໄຈອາຫານແລະຢາ ພ້ອມດ້ວຍຄະນະຂະແໜງ ແລະ ວິຊາການ ລວມທັງໝົດ 10 ທ່ານ. ກອງປະຊຸມດັ່ງກ່າວ ໄດ້ຈັດຕັ້ງໂດຍກົມອາຫານແລະຢາ, ກະຊວງສາທາລະນະສຸກ ມີຈຸດປະສົງເພື່ອປຶກສາຫາລື ສະພາບການ ການປະຕິບັດຫຼັກການ ການຜະລິດທີ່ດີ (GMP), ການປະຕິບັດຫ້ອງທົດລອງທີ່ດີ (GLP) ແລະ ບັນຫາທີ່ຈະຕ້ອງນໍາມາປັບປຸງແກ້ໄຂໂດຍ ເຈົ້າໜ້າທີ່ພາກລັດທີ່ກ່ຽວຂ້ອງ (ກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ສູນວິໄຈອາຫານ ແລະ ຢາ).

 

ຂຽນຂ່າວໂດຍ: ນ. ຈັນທະມາລີ ທອງສະຫວັດ

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ