ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມ ຄະນະກໍາມະການຫ້ອງທົດລອງວິໄຈຢາ ຄັ້ງທີ 4 (THE FOURTH MEETING OF THE ASEAN PHARMACEUTICAL TESTING LABORATORY COMMITTEE (APTLC))
ປະກາດໂດຍ: Chanthamaly Thongsavath, ວັນທີ: 27/11/2023

 

                    ກອງປະຊຸມ ຄະນະກໍາມະການຫ້ອງທົດລອງວິໄຈຢາ ຄັ້ງທີ 4 (THE FOURTH MEETING OF THE ASEAN PHARMACEUTICAL TESTING LABORATORY COMMITTEE (APTLC)) ໄດ້ຈັດຂື້ນໃນວັນທີ 7-8 ພະຈິກ 2023 ທີ່ ເກາະປັງລາວ, ໂບໂຮ, ປະເທດ ຟີລິບປີນ. ພາຍໃຕ້ການເປັນປະທານຂອງທ່ານ ນ.​ Xu Yimin, ນັກວິທະຍາສາດໃຫ້ຄໍາປຶກສາດ້ານການວິໄຈ, ຫ້ອງທົດລອງຢາທີ່ນອນໃນກຸ່ມວິທະຍາສາດ, ອົງການວິທະຍາສາດສຸຂະພາບ ປະເທດສິງກະໂປ ແລະ ຮອງປະທານແມ່ນ ທ່ານ ນ. ບຸນທະຣິກາ ບຸນຍາພິວັດ, ນັກການຢາຜູ້ຊ່ຽວຊານອາວຸໂສ, ສໍານັກຢາ ແລະ ຢາເສບຕິດ, ກະຊວງສາທາລະນະສຸກ, ປະເທດໄທ. ໂດຍມີຜູ້ເຂົ້າຮ່ວມຈາກ 09 ປະເທດຄື: ບຣູໄນດາຣູຊາລາມ,  ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

            ຕ່າງໜ້າ ສປປ ລາວ ເຂົ້າຮ່ວມໂດຍ ແມ່ນ ທ່ານ ນ. ພັດສະລີ ອຸດົມສັກ ຫົວໜ້າຂະແໜງວິໄຈຢາ - ເຄື່ອງສຳອາງ ແລະ ທ່ານ ນ. ແສງຈັນ ພົງສະຫວັດ ຮອງຫົວໜ້າຂະແໜງຮັບປະກັນຄຸນນະພາບ, ສູນວິໄຈອາຫານແລະຢາ. ກອງປະຊຸມໄດ້ເປັນສັກຂີພິຍານການມອບ-ຮັບປະທານ APTLC ຈາກອິນໂດເນເຊຍ ໃຫ້ແກ່ສິງກະໂປ ແລະ ຮອງປະທານ ຈາກສິງກະໂປ ໃຫ້ແກ່ປະເທດໄທ, ກອງປະຊຸມ ຍັງໄດ້ສະແດງຄວາມຂອບໃຈມາຍັງທ່ານ ນ. Mohamad Kashuri, ຫົວໜ້າຫ້ອງທົດລອງຄວບຄຸມຄຸນນະພາບແຫ່ງຊາດຂອງຢາ ແລະ ອາຫານ, ອົງການອາຫານ ແລະ ຢາ ປະເທດອິນໂດເນເຊຍ ທີ່ໄດ້ປະກອບສ່ວນອັນລ້ຳຄ່າໃນໄລຍະດຳລົງຕຳແໜ່ງປະທານ APTLC. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ລະຫວ່າງ 09 ປະເທດ ເພື່ອສຶກສາບັນດາມາດຖານສາກົນໃຫ້ເປັນບ່ອນອີງໃນການກຳນົດວິທີການວິເຄາະ - ວິໄຈໃຫ້ມີຄວາມກົມກຽວ ແລະ ມີປະສິດທິພາບ. ນອກຈາກນັ້ນ ຜູ້ເຂົ້າຮ່ວມຈາກ ສອຢ ທັງສອງທ່ານ ຍັງໄດ້ຖືໂອກາດ ເຂົ້າຮ່ວມສັງເກດການ ໃນກອງປະຊຸມ ACCSQ - PPWG ຄັ້ງທີ 36 ທີ່ໄດ້ຈັດຂຶ້ນໃນວັນ ຖັດມາ (ວັນທີ 9 ແລະ 10 ພະຈິກ 2023) ໂດຍການ ເປັນປະທານ ຂອງ ທ່ານ ປອ. ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານແລະຢາ, ກະຊວງສາທາລະນະສຸກ, ສ.ປ.ປ ລາວ.

 

ຂຽນຂ່າວໂດຍ: ນ. ຈັນທະມາລີ ທອງສະຫວັດ

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ