ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມເຜີຍແຜ່ສະຫຼຸບການເຄືອນໄຫວວຽກງານ ຂອງ ສອຢ ໃນ 6 ເດືອນຕົ້ນປີ 2023
ປະກາດໂດຍ: Khamxay Thao, ວັນທີ: 14/08/2023

    ໃນວັນທີ  7 ກໍລະກົດ 2023  ສູນວິໄຈອາຫານ ແລະ ຢາ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຂອງສູນໃນ 6 ເດືອນຕົ້ນປີ 2023 ທີ່ຫ້ອງປະຊຸມຂອງສູນ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ. ມີພະນັກງານ ສອຢ ເຂົ້າຮ່ວມ. ສໍາລັບວຽກງານວິໄຈອາຫານ ແລະ ຢາ ໃນໄລຍະ 6 ເດືອນຕົ້ນປີ 2023 ສູນໄດ້ຮັບຕົວຢ່າງເຂົ້າມາວິໄຈຈໍານວນ 1,486 ຕົວຢ່າງ, ໃນນັ້ນຕົວຢ່າງທີ່ຫຼາຍກວ່າໝູ່ແມ່ນປະເພດນໍ້າດື່ມ, ຮອງລົງມາແມ່ນຢາເສບຕິດ, ນໍ້າທົ່ວໄປ, ອາຫານ ແລະ ຢາ ຕາມລໍາດັບ. ໂດຍລວມແລ້ວ, ຕົວຢ່າງທີ່ຮັບເຂົ້າ ​ແລະ ສາມາດ ວິ​ໄຈສຳ​ເລັດຫຼາຍກວ່າ 90%, ແລະ ມີຕົວຢ່າງຈຳນວນໜຶ່ງບໍ່ຜ່ານມາດຕະຖານກຳນົດ ໂດຍສະເພາະແມ່ນຕົວຢ່າງນ້ຳດື່ມ ເຊິ່ງກວມເອົາເກືອບ 50%. ຈຳນວນຕົວຢ່າງທີ່ຮັບເຂົ້າ ກວດສຳເລັດທຽບໃສ່ແຜນປີ 2023 ເຫັນວ່າຫຼາຍປະເພດຕົວຢ່າງແມ່ນບັນລຸຕາມຄາດໝາຍ ຍົກເວັ້ນຕົວຢ່າງເຄື່ອງສຳອາງ ແລະ ຜະລິດຕະພັນການແພດ. ພິເສດສຳລັບຕົວຢ່າງຢາເສບຕິດ ແມ່ນເກີນຄາດໝາຍ 1.5 ເທົ່າ, ເຖິງວ່າຈະມາຈາກພຽງ 2 ແຫຼ່ງເທົ່ານັ້ນ ຄື: ເຈົ້າໜ້າທີ່ ປກສ ນະຄອນຫຼວງ ແລະ ເມືອງຫາດຊາຍຟອງ. ຕົວຢ່າງຮັບເຂົ້າ ສາມາດວິໄຈສຳເລັດໄດ້ກວ່າ 90%. ນອກຈາການບໍລິການຕົວຢ່າງແລ້ວ ສູນຍັງໄດ້ບໍລິການການສອບທຽບເຄື່ອງມືວິໄຈຢາຂອງໂຮງງານຜະລິດຢາຕ່າງໆເຊັ່ນ: ໂຮງງານຜະລິດຢາ CBF, ໂຮງງານຜະລິດຢາຕົງເໝິງ ແລະ ໂຮງງານຜະລິດຢາຢວນຊູເປັນຕົ້ນ.


 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ