ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ພິທີສະຫຼຸບໂຄງການສ້າງຄວາມເຂັ້ມແຂງ ແລະ ປະກາດການຮັບຮອງມາດຕະຖານສາກົນ ISO/IEC 17025:2017 ດ້ານການວິໄຈຢາ ແບບວິທີ ໃຫ້ແກ່ ສູນວິໄຈອາຫານແລະຢາ ກະຊວງສາທາລະນະສຸກ ສະໜັບສະໜູນໂດຍ: DFAT/USP
ປະກາດໂດຍ: Khamxay Thao, ວັນທີ: 23/06/2023

ສູນວິໄຈອາຫານແລະຢາ ໄດ້ຈັດພິທີສະຫຼຸບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງວິໄຈ ແລະ ປະກາດການຮັບຮອງມາດຕະຖານສາກົນ ISO/IEC 17025:2017 ດ້ານການວິໄຈຢາແບບວິທີ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວຫນ້າກົມອາຫານແລະຢາ, ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານແລະຢາ, ທ່ານ Dan Heldon ຮອງເອກອັກຄະລັດຖະທູດ ອົດສະຕາລີປະຈໍາ ສປປ ລາວ, ທ່ານ Gary Dahl ຫົວໜ້າອົງການ USP ປະຈຳພາກພື້ນອາຊີ ປາຊີຟິກ, ໂດຍມີ ທ່ານ ດຣ. ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະກົມ, ສະຖາບັນ, ກອງ, ສູນ, ໂຮງງານຜະລິດຢາ ແລະ ພະນັກງານສູນວິໄຈອາຫານແລະຢາ ຈຳນວນໜຶ່ງ ເຂົ້າຮ່ວມ.

ໂຄງການສ້າງຄວາມເຂັ້ມແຂງຄວາມອາດສາມາດຂອງຫ້ອງທົດລອງດ້ານລະບຽບການ (RLCSP) ຢູ່ສູນວິໄຈອາຫານແລະຢາ ແມ່ນໜຶ່ງໃນກິດຈະກຳຂອງໂຄງການສ້າງຄວາມເຂັ້ມແຂງດ້ານລະບຽບການຂອງອິນໂດ-ປາຊີຟິກ ພາຍໃຕ້ແຜນການຮ່ວມມືຂອງ ກົມອາຫານແລະຢາ ແລະ TGA. ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ (DFAT) ແລະ ໄດ້ຮັບການຈັດຕັ້ງປະຕິບັດໂດຍອົງການປະທານຸກົມການຢາສະຫະລັດອາເມລິກາ (USP). ໂຄງການດັ່ງກ່າວ ເປັນ​ໂຄງການ​ສອງ​ປີ ​ນັບ​ແຕ່​ວັນ​ທີ 30 ກັນຍາ 2020 ຫາ 30 ກັນຍາ 2022 ແລະ ຂະຫຍາຍໄລຍະເວລາໃນການຊ່ວຍເຫຼືອຮອດເດືອນມິຖຸນາ ປີ 2023, ໂດຍມີຈຸດປະສົງ ເພື່ອສ້າງຄວາມອາດສາມາດດ້ານວິຊາການໃຫ້ ສູນວິໄຈອາຫານແລະຢາ (NCFDA) ໃຫ້ໄດ້ຮັບການຮັບຮອງມາດຕະຖານສາກົນ ISO/IEC 17025:2017 (ຂໍ້ກໍານົດວ່າດ້ວຍຄວາມສາມາດຂອງຫ້ອງທົດລອງທົດສອບ ແລະ ສອບທຽບ). ເປົ້າໝາຍຂອງໂຄງການດັ່ງກ່າວ ແມ່ນເພື່ອເສີມສ້າງຄວາມອາດສາມາດຂອງຫ້ອງທົດລອງຄວບຄຸມຄຸນນະພາບແຫ່ງຊາດຂອງ ສປປລາວ ໃນການປະຕິບັດໜ້າທີ່ຂອງຕົນໃຫ້ມີຄວາມໜ້າເຊື່ອຖືໃນການຄວບຄຸມຄຸນນະພາບ ແລະ ການທົດສອບຜະລິດຕະພັນການແພດ.

          ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການມີດັ່ງນີ້:

  • ດ້ານການປັບປຸງລະບົບຄວບຄຸມຄຸນນະພາບ (QMS): ສໍາເລັດການສ້າງປື້ມຄູ່ມືຄຸນນະພາບ ແລະ ບັນດາເອກະສານທີ່ກ່ຽວຂ້ອງ
  • ໄດ້ຮັບການຮັບຮອງມາດຕະຖານສາກົນ ISO/IEC 17025:2017 ດ້ານການວິໄຈຢາແບບວິທີ 8 ລາຍການ (Appearance, uniformity of weight, Uniformity of contents, pH, Disintegration , Dissolution  ແລະ Assay by UV-Vis and HPLC methods)
  • ດ້ານບຸກຄະລາກອນ: ໄດ້ຮັບການຝຶກອົບຮົມດ້ານວິຊາການແບບອອນລາຍ ແລະ ກັບທີ່ ລວມທັງການປະຕິບັດຕົວຈິງ ລວມທັງໝົດ 42 ຫົວຂໍ້ ກ່ຽວກັບການນໍາໃຊ້, ການກວດຢັ້ງຢືນ ແລະ ການກວດສອບອຸປະກອນ; ການນໍາໃຊ້ ຟາກມາໂກເປ; ຄວາມປອດໄພໃນການປະຕິບັດວຽກງານ ແລະ ການນໍາໃຊ້ອຸປະກອນຄວາມປອດໄພໃນຫ້ອງທົດລອງ; ການວິໄຈຜະລິດຕະພັນການແພດ ແລະ ການວິໄຈດ້ານຈຸລິນຊີວິທະຍາໃນຜະລິດຕະພັນຢາ.
  • ດ້ານການສະໜອງ: ໄດ້ຮັບການສະໜອງອຸປະກອນ-ເຄື່ອງມື ແລະ ສິ່ງອໍານວຍຄວາມສະດວກທາງດ້ານການວິຊາການ ຈໍານວນ 11 ລາຍການ, ເຄື່ອງອຸປະກອນ IT ຈຳນວນ 7 ລາຍການ ແລະ ເຄື່ອງປັ່ນໄຟຟ້າສໍາຮອງ 1 ຊຸດ. ນອກຈາກນີ້ ຍັງໄດ້ຮັບການສ້ອມແປງຫ້ອງເກັບຮັກສາຖານຂໍ້ມູນ (Server) ພ້ອມທັງຕິດຕັ້ງພື້ນຖານໂຄງລ່າງດ້ານລະບົບໄອທີ.
  • ສໍາເລັດການສ້າງແຜນຍຸດທະສາດໃນການພັດທະນາສູນວິໄຈອາຫານແລະຢາ ຮອດປີ 2025

ການໄດ້ຮັບຮອງມາດຕະຖານສາກົນ ISO/IEC 17025:2017 ສໍາລັບການວິໄຈຢາແບບວິທີວິໄຈໃນຄັ້ງນີ້ ນອກຈາກຈະຊ່ວຍຍົກລະດັບຄວາມໜ້າເຊື່ອຖືຕໍ່ຜົນການວິໄຈຂອງສູນວິໄຈອາຫານແລະຢາ ຍັງເປັນທີ່ຍອມຮັບໃນລະດັບສາກົນ. ນອກຈາກນີ້, ສູນຈະສືບຕໍ່ສູ້ຊົນໃຫ້ໄດ້ຮັບການຢັ້ງຢືນ WHO-PQ ສຳລັບການວິໄຈຢາ. ເພື່ອໃຫ້ສາມາດທຽບເທົ່າກັບບັນດາປະເທດໃນ ASEAN ນັ້ນ ສູນຈະສູ້ຊົນໃຫ້ໄດ້ຮັບການຮັບຮອງ ການວິໄຈອາຫານທາງດ້ານຈຸລິນຊີ ແລະ ເຄມີ; ການວິໄຈເຄື່ອງສໍາອາງ ແລະ ຜະລິດຕະພັນການແພດ; ແລະ ການຮັບຮອງດາ້ນການສອບທຽບອຸປະກອນວິໄຈ.

      

    

    

    

    

    

    

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ