ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ຝຶກອົບຮົມກ່ຽວກັບການກວດຢັ້ງຢືນເຄື່ອງມື-ອຸປະກອນວິໄຈ
ປະກາດໂດຍ: Khamxay Thao, ວັນທີ: 19/05/2023

ເພື່ອນຮັບປະກັນວ່າເຄື່ອງມື-ອຸປະກອນວັດແທກທີ່ນຳໃຊ້ເຂົ້າໃນການວິໄຈຢາ ແລະ ຜະລິດຕະພັນການແພດ ໃຫ້ຜົນການວັດແທກທີ່ຖືກຕ້ອງ, ແມ່ນຢຳ ແລະ ເຊື່ອຖືໄດ້, ວັນ​ທີ 26 ​ເມສາ - 4 ພຶດສະພາ 2023 ​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ໄດ້​ຮັບການ​ຝຶກ​ອົບຮົມກ່ຽວກັບ ການກວດຢັ້ງຢືນ​ເຄື່ອງມື-ອຸປະກອນດັ່ງກ່າວ ​ໂດຍທ່ານ Geoffrey K. Togoh ​ຊ່ຽວຊານຈາກ​ປະ​ເທດ​ກາ​ນາ, ພາຍໃຕ້ການສະໜັບສະໜູນຂອງ​ໂຄງການ DFAT/USP. ການ​ຝຶກ​ອົບຮົມ​ຄັ້ງນີ້ ມີທັງ​ພາກ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ ສໍາລັບ​ເຄື່ອງແທກ​ pH, ຊິງຊັ່ງ, Dissolution Tester, UV-Vis Spectrophometer  ​ແລະ HPLC.

    

    
      

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ