ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ພິທີປະກາດການຈັດຕັ້ງຮອງຫົວໜ້າສູນວິໄຈອາຫານ ແລະ ຢາ, ກະຊວງສາທາລະນະສຸກ
ປະກາດໂດຍ: Khamxay, ວັນທີ: 27/01/2023

      ໃນຕອນບ່າຍ​ຂອງວັນທີ​ 13 ມັງກອນ 2023 ສູນວິໄຈອາຫານ ແລະ ຢາ ໄດ້ຈັດພິທີປະກາດການຈັດຕັ້ງຮອງຫົວໜ້າ​ສູນວິໄຈອາຫານ ແລະ ຢາ, ກະຊວງສາທາລະນະສຸກ ທີ່ຫ້ອງປະຊຸມຂອງສູນວິໄຈອາຫານ ແລະ ຢາ. ໃນພິທີດັ່ງກ່າວໄດ້ຮັບກຽດເປັນປະທານຂອງ ດຣ. ນ. ອາພອນ ວິຊາເທບ ກໍາມະການປະຈໍາພັກກະຊວງ, ຫົວໜ້າຫ້ອງການປະກັນສຸຂະພາບແຫ່ງຊາດ ໂດຍ​ມີ​ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ​ຂອງ​ສູນວິໄຈອາຫານ ແລະ ຢາເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ​ ດຣ. ນ. ດາວວັນ ສີບົວລິພາ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂື້ນຜ່ານຂໍ້ຕົກລົງ​ຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າສູນວິໄຈອາຫານ ແລະ ຢາ ເລກທີ 3314/ສທ, ລົງວັນທີ 21 ພະຈິກ 2022 ໂດຍເຫັນດີອະນຸມັດແຕ່ງຕັ້ງທ່ານ ດຣ. ບຸນສີ ສີບຸນເຮືອງ ຫົວໜ້າຂະແໜງວິໄຈອາຫານ ເປັນຮອງຫົວໜ້າ​ສູນວິໄຈອາຫານ ແລະ ຢາ ເຊິ່ງໄດ້ຮັບຕໍາແໜ່ງບໍລິຫານປະເພດ 4 ຕາມດໍາລັດເລກທີ 203/ລບ, ລົງວັນທີ 04 ກໍລະກົດ 2017. ພ້ອມກັນນັ້ນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ​ຂອງ​ທ່ານ​ປະທານ​ກອງປະຊຸມ​ຕໍ່ຜູ້ທີ່ຖືກແຕ່ງຕັ້ງ ແລະ​ ພະນັກງານທຸກທ່ານ.

   

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ