ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ອົດສະຕຣາລີໄດ້ໃຫ້ທຶນສະໜັບສະໜູນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສູນວິໄຈອາຫານ ແລະ ຢາແຫ່ງຊາດ ໃນ ສປປ ລາວ
ປະກາດໂດຍ: Khamxay, ວັນທີ: 11/11/2022

ສູນ​ວິ​ໄຈ​ອາ​ຫານ ແລະ ຢາ ນຳ​ໂດຍ ທ່ານ ດ​ຣ. ຈັນ​ສະ​ພາ ປາ​ມະ​ນີ​ວົງ ຫົວ​ໜ້າ​ສູນ​ວິ​ໄຈ​ອາ​ຫານ ແລະ ຢາ ໄດ້​ຕ້ອນ​ຮັບທ່ານ ນາງ ອ່ານາ ໄດສັນ, ເລຂາເອກຮັບຜິດຊອບວຽກງານການສຶກສາ ແລະ ສາທາລະນະສຸກ ປະເທດອົດສະຕຣາລີ ແລະ ທ່ານ ກາຣີ ດາລ, ຜູ້ອຳນວຍການ USP ປະຈຳອາຊີ ມາ​ຢ້ຽມ​ຢາມ ແລະ ຮ່ວມ​ສັງ​ເກດ​ຂະ​ບວນ​ການ​ເຮັດ​ວຽກ​ຢູ່ສູນ​ວິ​ໄຈ​ອາ​ຫານ ແລະ ຢາ ໃນ​ມື້​ວັນ​ທີ 14 - 16 ກັນ​ຍາ 2022 ເນື່ອງ​ຈາກວຽກງານວິໄຈອາຫານ ແລະ ຢາ   ແມ່ນມີບົດບາດສຳຄັນເພື່ອຊ່ວຍຮັບປະກັນໃຫ້ຢາມີ​ຄຸນ​ນະ​ພາບ ແລະ ມີ​ຄວາມ​ປອດ​ໄພຕໍ່​ຜູ້​ຊົມ​ໃຊ້.
    ເຊິ່ງ​ໃນ​ປີ 2020, ອົດສະຕຣາລີໄດ້ໃຫ້ທຶນສະໜັບສະໜູນເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ສູນວິໄຈອາ​ຫານ ແລະ ຢາ ເພື່ອຄວບຄຸມຄຸນນະພາບຢາ ໃນ ສປປ ລາວ  ໂດຍ​ການຮ່ວມງານ​ກັບ United States Pharmacopeia (USP) ໃນການຈັດຕັ້ງປະຕິບັດ, ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ການຝຶກອົບຮົມ ເພື່ອຊ່ວຍໃຫ້ ສປປ ລາວ ບັນ​ລຸ​ມາດ​ຕະ​ຖານການຮັບຮອງຈາກສາກົນ ISO/IEC 17025 ພາຍໃນປີ 2023.

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ