ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມສະຫຼຸບຜົນງານ 9 ເດືອນ ປີ 2022 ແລະ ເຜີຍແຜ່ເອກະສານການເມືອງ
ປະກາດໂດຍ: Soubinh Phimmathat, ວັນທີ: 27/09/2022

ກອງປະຊຸມສະຫຼຸບຜົນງານ 9 ເດືອນ ປີ 2022 ແລະ ເຜີຍແຜ່ເອກະສານການເມືອງ ເພື່ອປະຕິບັດຕາມແຜນຂອງສູນແລະທິດຊີ້ນຳຂອງການນຳກະຊວງສາທາລະນະສຸກ, ວັນທີ 09 ກັນຍາ 2022 ສູນວິໄຈອາຫານແລະຢາ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນ ໂດຍການເປັນປະທານຂອງທ່ານ ດຣ. ຈັນສະພາ ປາມະນີວົງ ເລຂາໜ່ວຍພັກ, ຫົວໜ້າສູນວິໄຈອາຫານແລະຢາ, ເຊິ່ງມີພະນັກງານເຂົ້້າຮ່ວມທັງໝົດ 34 ສະຫາຍ, ຍິງ 22 ສະຫາຍ. ບັນດາເອກະສານທີ່ໄດ້ນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ:

1. ບົດສະຫຼຸບການເຄື່ອນໄຫວວຽກງານຂອງສູນ 09 ເດືອນ ປີ 2022.

2. ມະຕິຄົບຄະນະບໍລິຫານງານພັກກະຊວງສາທາລະນະສຸກ ເປີດກວ້າງ (ສະໄໝສາມັນ) ຄັ້ງທີ 7 ສະໄໝທີ IX.

3. ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022).

4. ດຳລັດວ່າດ້ວຍ ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022.

5. ຜ່ານການເຄື່ອນໄຫວວຽກງານ 9 ເດືອນ ສູນໄດ້ສຳເລັດການຈັດຕັ້ງປະຕິບັດວຽກງານໃນຫຼາຍດ້ານ ໂດຍສະເພາະວຽກງານວິເຄາະວິໄຈຕົວຢ່າງອາຫານແລະຢາ ດັ່ງສະຫຼູບໃນຕາຕະລາງລຸ່ມນີ້:

- ຮັບເຂົ້າ 1,757.

- ຄ້າງມາຈາກປີກ່ອນ: 144.

- ລວມ: 1,901.

- ກວດສຳເລັດ: 1,696.

- ກຳລັງວິໄຈ: 205.

- ແຜນປີ: 2,170.

- ຮັບເຂົ້າທຽບໃສ່ແຜນປີ % : 78.15.

ນອກຈາກດ້ານວິຊາສະເພາະແລ້ວ ຄະນະພັກກໍ່ຄືຄະນະສູນ ຍັງໄດ້ເໜັ້ນໜັກໃສ່ ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ການວາງແຜນປະຕິບັດວຽກງານຂອງສູນໃຫ້ກົງກັບທິດທາງຂອງກະຊວງ ໂດຍສະເພາະ ມະຕິຄົບຄະນະບໍລິຫານງານພັກກະຊວງສາທາລະນະສຸກ ເປີດກວ້າງ (ສະໄໝສາມັນ) ຄັ້ງທີ 7 ສະໄໝທີ IX ເພື່ອຮັບປະກັນການນຳໃຊ້ຊັບພະຍາກອນຊັບສິນຂອງລັດໃຫ້ຄຸ້ມຄ່າ ແລະ ປະສິດທິພາບ.

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ