ໃນວັນທີ 3 ກໍລະກົດ 2026 ສູນວິໄຈອາຫານ ແລະ ຢາ ໄດ້ ຈັດພິທີສະຫຼຸບສົ່ງນັກສຶກສາປະລິນຍາຕີເພສັຊສາດ ປີທີ 5 ສາຍວິທະຍາສາດລຸ້ນທີ 40 ຈຸ 2, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທີ່ມາຝຶກງານຢູ່ສູນວິໄຈອາຫານ ແລະ ຢາ ແຕ່ວັນທີ 11 ພຶດສະພາ - 3 ກໍລະກົດ 2026 ຈໍານວນ 15 ຄົນ, ຍິງ 10 ຄົນ ໂດຍການເປັນປະທານຂອງທ່ານ ດຣ. ຈັນສະພາ ປາມະນີວົງຫົວໜ້າສູນວິໄຈອາຫານ ແລະ ຢາ, ມີຄະນະສູນ, ຕາງໜ້າແຕ່ລະຂະແໜງຂອງສູນ ແລະ ອາຈານຈາກຄະນະເພສັຊສາດ.

|