ໃນລະຫວ່າງວັນທີ 2 ມີຖຸນາ ຫາ ວັນທີ 9 ກໍລະກົດ 2026, ສູນວິໄຈອາຫານ ແລະ ຢາ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໂຮງງານຜະລິດຢາ PSD, ໄດ້ລົງຝຶກອົບຮົມກ່ຽວກັບການຄຸ້ມຄອງຫ້ອງທົດລອງ ໃຫ້ໂຮງງານຜະລິດຢາ PSD. ໂດຍການຊີ້ນໍາ ນໍາພາຂອງທ່ານ ດຣ. ຈັນສະພາ ປາມະນີວົງ, ຫົວໜ້າສູນວິໄຈອາຫານ ແລະ ຢາ, ກອງປະຊຸມການຝຶກອົບຮົມດັ່ງກ່າວໄດ້ໄຂຂື້ນໃນວັນທີ 2 ມີຖຸນາ 2026, ໄດ້ດໍາເນີນໄປເປັນເວລາ 6 ວັນ ແລະ ປິດ ລົງໃນວັນທີ 9 ກໍລະກົດ 2026. ການຝຶກອົບຮົມດັ່ງກ່າວ ໄດ້ດໍາເນີນການສອນໂດຍບັນດາອາຈານ ຈາກສູນວິໄຈອາຫານ ແລະ ຢາ ຈໍານວນ 7 ທ່ານ ແລະ ມີຜູ້ຊ່ວຍ ແລະ ສັງເກດການ 2 ທ່ານ. ມີຜູ້ເຂົ້າຮ່ວມການຝຶກອົບຮົມທັງໝົດຈໍານວນ 12 ທ່ານ. ຫຼັກສູດການຝຶກອົບຮົມໃນຄັ້ງນີ້ ປະກອບ ມີ 7 ຫົວຂໍ້ ຄື: ການຄວບຄຸມຄຸນນະພາບ (QC), ຫຼັກການປະຕິບັດຫ້ອງທົດລອງທີ່ດີ (GLP), ມາດຕະຖານ ISO/IEC17025:2017, ການສ້າງເອກະສານໃນລະບົບຄຸ້ມຄອງຄຸນນະພາບ (QMS), ການກວດສອບພາຍໃນ (Internal audit), ການຄຸ້ມຄອງອຸປະກອນ (Equipment management), ການກວດສອບວິທີ (Method Validation). ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນ ເພື່ອຊ່ວຍໂຮງງານຜະລິດຢາ PSD ໃຫ້ມີຄວາມເຂັ້ມແຂງໃນການບໍລິຫານ ໃນລະຫວ່າງວັນທີ 2 ມີຖຸນາ ຫາ ວັນທີ 9 ກໍລະກົດ 2026, ສູນວິໄຈອາຫານ ແລະ ຢາ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໂຮງງານຜະລິດຢາ PSD, ໄດ້ລົງຝຶກອົບຮົມກ່ຽວກັບການຄຸ້ມຄອງຫ້ອງທົດລອງ ໃຫ້ໂຮງງານຜະລິດຢາ PSD. ໂດຍການຊີ້ນໍາ ນໍາພາຂອງທ່ານ ດຣ. ຈັນສະພາ ປາມະນີວົງ, ຫົວໜ້າສູນວິໄຈອາຫານ ແລະ ຢາ, ກອງປະຊຸມການຝຶກອົບຮົມດັ່ງກ່າວໄດ້ໄຂຂື້ນໃນວັນທີ 2 ມີຖຸນາ 2026, ໄດ້ດໍາເນີນໄປເປັນເວລາ 6 ວັນ ແລະ ປິດ ລົງໃນວັນທີ 9 ກໍລະກົດ 2026. ການຝຶກອົບຮົມດັ່ງກ່າວ ໄດ້ດໍາເນີນການສອນໂດຍບັນດາອາຈານ ຈາກສູນວິໄຈອາຫານ ແລະ ຢາ ຈໍານວນ 7 ທ່ານ ແລະ ມີຜູ້ຊ່ວຍ ແລະ ສັງເກດການ 2 ທ່ານ. ມີຜູ້ເຂົ້າຮ່ວມການຝຶກອົບຮົມທັງໝົດຈໍານວນ 12 ທ່ານ. ຫຼັກສູດການຝຶກອົບຮົມໃນຄັ້ງນີ້ ປະກອບ ມີ 7 ຫົວຂໍ້ ຄື: ການຄວບຄຸມຄຸນນະພາບ (QC), ຫຼັກການປະຕິບັດຫ້ອງທົດລອງທີ່ດີ (GLP), ມາດຕະຖານ ISO/IEC17025:2017, ການສ້າງເອກະສານໃນລະບົບຄຸ້ມຄອງຄຸນນະພາບ (QMS), ການກວດສອບພາຍໃນ (Internal audit), ການຄຸ້ມຄອງອຸປະກອນ (Equipment management), ການກວດສອບວິທີ (Method Validation). ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນ ເພື່ອຊ່ວຍໂຮງງານຜະລິດຢາ PSD ໃຫ້ມີຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງລະບົບຫ້ອງທົດລອງ ກໍ່ຄື ການຄຸ້ມຄອງຄຸນນະພາບຜະລິດຕະພັນໃຫ້ບັນລຸຄາດໝາຍ.
ຂຽນໂດຍ: ປທ. ແສງຈັນ ພົງສະຫວັດ

|