ລົງໄປຕິດຕາມການຈັດຕັ້ງປະຕິບັດໂຄງການ ADB ທີ່ແຂວງສາລະວັນ ແລະ ແຂວງອູດົມໄຊ ເຊິ່ງທີມງານໄປແຂວງສາລະວັນ ແມ່ນວັນທີ 13 ກໍລະກົດ 2026 ໂດຍການນໍາພາຂອງທ່ານ ດຣ. ລໍາເພັດ ຂຸນສັກນະລາດ ຮອງຫົວໜ້າສູນວິໄຈອາຫານ ແລະ ຢາ, ສ່ວນທີມງານທີ່ໄປແຂວງອຸດົມໄຊ ແມ່ນວັນທີ 22 ກໍລະກົດ 2026 ນໍາພາໂດຍ ທ່ານ ດຣ. ບຸນສີ ສີບຸນເຮືອງ ຮອງຫົວໜ້າສູນວິໄຈອາຫານ ແລະ ຢາ. ຈຸດປະສົງແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນໄລຍະຜ່ານມາ ເພື່ອໄປຕິດຕາມປະເມີນຄວາມພ້ອມຂອງຫ້ອງວິໄຈທ້ອງຖິ່ນໃນການໃຫ້ບໍລິການ, ຖອດຖອນບົດຮຽນ ແລະ ວາງແຜນໃນຕໍ່ໜ້າ.

|