ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1955 - 20 ກໍລະກົດ 2024)
ປະກາດໂດຍ: Khamxay Thao, ວັນທີ: 20/08/2024

   ວັນທີ 19 ກໍລະກົດ 2024, ຄະນະໜ່ວຍແມ່ຍິງ ສຸນວິໄຈອາຫານ ແລະ ຢາ 3 ທ່ານ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1955 - 20 ກໍລະກົດ 2024) ທີ່ຫ້ອງປະຊຸມໃຫຍ່ວິທະຍາເຂດດົງໂພສີ. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ: ທ່ານ ປອ. ດຣ. ບູນແຝງ ພູມມະໄລສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຮສ. ດຣ. ນ. ສົມຈິດ ບຸບຜາ, ພະນັກງານບຳນານອາວຸໂສ, ອະດີດປະທານສະຫະພັນແມ່ຍິງກະຊວງສາທາລະນະ ສຸກ, ດຣ. ນ. ຜາສຸກ ວົງວິຈິດ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງສາທາລະນະສຸກ, ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ພ້ອມດ້ວຍບັນດາທ່ານ ພັນລະຍາການນຳ, ອາດີດຄະນະສະຫະພັນແມ່ຍິງກະຊວງ, ພະນັກງານບຳນານອາວຸໂສ, ວິລະຊົນແຫ່ງຊາດ, ບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ມະຫາວິທະຍາໄລ, ໂຮງໝໍ, ສູນ, ໂຮງຮຽນ, ລັດວິສາຫະກິດໂຮງງານຜະລິດຢາ, ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ ແລະ ຄະນະໜ່ວຍແມ່ຍິງຮາກຖານ 34 ພາກສ່ວນພ້ອມດ້ວຍສະມາຊິກແມ່ຍິງກະຊວງສາທາລະນະສຸກເຂົ້າຮ່ວມ.

       

          

                                           

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ