ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ຝຶກ​ອົບ​ຮົມ​ໃຫ້​ພະ​ນັກ​ງານ​ຫ້ອງວິ​ໄຈ ໃນ 05 ແຂວງເປົ້າໝາຍໂຄງການ (ແຂວງ ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ)
ປະກາດໂດຍ: Khamxay Thao, ວັນທີ: 20/08/2024

    ສຸນວິໄຈອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມໃຫ້ພະນັກງານ ຫ້ອງວິໄຈອາຫານ ແລະ ຢາແຂວງ ໃນ 05 ແຂວງເປົ້າໝາຍໂຄງການ (ແຂວງ ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ) ໃນວັນທີ 24-26 ກໍລະກົດ 2024 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດຣ. ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ, ເຊິ່ງມີບັນດາທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ວິຊາການເຂົ້າຮ່ວມຈາກກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ ແລະ ແຂວງເປົ້າໝາຍເຂົ້າຮ່ວມທັງໝົດ 35 ຄົນ, ຍິງ 09 ຄົນ. ຈຸດປະສົງຂອງການຈັດຝຶກອົບຮົມ​ໃຫ້​ພະ​ນັກ​ງານ​ຫ້ອງວິ​ໄຈ  ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານອາຫານ ແລະຢາແຂວງ ແລະ ສາມາດ​ນໍາ​ໃຊ້​ອຸ​ປະກອນ​ການ​ວິ​ໄຈອາຫານທາງດ້ານຈຸລິນຊີ (Coliform, E.Coli ແລະ pH) ໂດຍມີການນໍາສະເໜີພາກທິດສະດີ ແລະ ນໍາພາການປະຕິບັດຕົວຈິງ. ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ ປະຈໍາປີ 2024.

       

        

                                    
 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ