ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມສຳມະນາກ່ຽວກັບການຮ່ວມມືສາກົນເພື່ອການພັດທະນາດ້ານອຸດສາຫະກຳການຢາ ທີ່ນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ສປ ຈີນ.
ປະກາດໂດຍ: Somchai CHANTHAPANY, ວັນທີ: 23/07/2024

ໃນລະຫວ່າງວັນທີ 11-24 ມິຖຸນາ 2024, ທ່ານ ດຣ.ຈັນສະພາ ປາມະນີວົງ ຫົວໜ້າສູນວິໄຈອາຫານແລະຢາ ໄດ້ນຳພາຄະນະຈາກກົມອາຫານແລະຢາ, ຂະແໜງອາຫານແລະຢາແຂວງຈຳປາສັກ, ໂຮງງານຜະລິດຢາເລກ 2, ເລກ 3 ແລະ ຊີບີເອັຟ ລວມ 08 ທ່ານ ຍິງ 03 ທ່ານ ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການຮ່ວມມືສາກົນເພື່ອການພັດທະນາດ້ານອຸດສາຫະກຳການຢາ ທີ່ນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ສປ ຈີນ. ມີບັນດາຕາງຫນ້າຈາກປະເທດຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ” ເຂົ້າຮ່ວມ 8 ປະເທດ ຈຳນວນ 36 ທ່ານ ຍິງ 18 ທ່ານ. ກອງປະຊຸມດັ່ງກ່າວບັນດາຄະນະຜູ້ແທນໄດ້ຮັບຮູ້ແລະເຂົ້າໃຈໃນການຄົ້ນຄວ້າ, ພັດທະນາ, ການຜະລິດ, ການຄວບຄຸມຄຸນນະພາບ ແລະ ການຈັດການໃນວຽກງານອຸດສາຫະກຳການຢາຂອງ ສປ ຈີນ ພ້ອມທັງສ້າງຄວາມເຂັ້ມແຂງໃນການຕິດຕໍ່ປະສານງານ ແລະ ແລກປ່ຽນເຊິ່ງກັນແລະກັນຕໍ່ກັບວຽກງານດັ່ງກ່າວ. ໃນໂອກາດດັ່ງກ່າວຄະນະທີມງານຍັງໄດ້ເຂົ້າຮ່ວມງານວາງສະແດງກ່ຽວກັບອຸດສາຫະກຳການຢາປະຈຳປີ 2024 ແລະ ຢ້ຽມຊົມແຫລ່ງວັດທະນະທຳ, ສິ່ງມະຫັດສະຈັນຂອງໂລກທີ່ປະ ເທດ ສປ ຈີນ ນຳອີກດ້ວຍ.

ຜູ້ໃຫ້ຂ່າວ: ດຣ. ຈັນສະພາ ປາມະນີວົງ

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ