ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ການເຂົ້າຮ່ວມຝຶກອົບຮົມ ກ່ຽວກັບ ການຄວບຄຸມຄຸນນະພາບຢາທາງດ້ານຊີວະວິທະຍາ ຢູ່ ສ. ເກົາຫຼີ ໃນລະຫວ່າງ ວັນທີ 17-21 ມີຖຸນາ 2024
ປະກາດໂດຍ: Somchai CHANTHAPANY, ວັນທີ: 23/07/2024

ໃນລະວ່າວັນທີ 17 -21 ມີຖຸນາ 2024, ພະນັກງານ ສູນວິໄຈອາຫານແລະຢາ 2 ທ່ານ ຄື: ທ່ານ ນ. ປານີພອນ ເມກສະຫວັນ ວິຊາການວິໄຈຢາ ແລະ ທ່ານ ນ. ແສງຈັນ ພົງສະຫວັດ ຮອງຫົວໜ້າຂະແໜງຮັບປະກັນຄຸນນະພາບ ໄດ້ເຂົ້າຮ່ວມຫຼັກສູດການຝຶກອົບຮົມ ຄັ້ງທີ 7 ກ່ຽວກັບ ລະບຽບການຄວບຄຸມຄຸນນະພາບຢາທາງດ້ານຊີວະວິທະຍາໃນຂົງເຂດ ອາຊີ-ປາຊີຟິກ ຢູ່ ທີ່ປະເທດ ສ. ເກົາຫຼີ ໂດຍການສະໜັບສະໜູນຂອງອົງການອະນາໄມໂລກ. ຫຼັກສູດດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ ຈາກ 7 ປະເທດ ຄື: ລາວ, ຫວຽດນາມ, ກໍາປູເຈ້ຍ, ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ ແລະ ມົງໂກເລຍ ລວມຜູ້ເຂົ້າຮ່ວມທັງໝົດ 14 ທ່ານ. ຈຸດປະສົງຂອງຫຼັກສູດການຝຶກອົບຮົບນີ້ແມ່ນເພື່ອ ຊ່ວຍ ແລະ ສົ່ງເສີມຄວາມອາດສາມາດຂອງຜູ້ຄວບຄຸມລະບຽບການ ໃນການຄວບຄຸມຄຸນນະພາບຢາທາງດ້ານຊີວະວິທະຍາ ທາງທິດສະດີ ແລະ ການປະຕິບັດຕົວຈິງ.

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ