ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມວິຊາການກັບອົງການອາຫານໂລກ WFP
ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026

          ໃນວັນທີ 26 ພຶດສະພາ 2026, ທ່ານ ດຣ. ຈັນສະພາ ປາມະນີວົງ, ຫົວໜ້າສູນວິໄຈອາຫານແລະຢາ ພ້ອມດ້ວຍຄະນະສູນ, ຄະນະຂະແໜງ ແລະ ວິຊາການ ໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ແລະ ຕ້ອນຮັບຊ່ຽວຊານ ຈາກອົງການອາຫານໂລກ (World Food Programme (WFP)). ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື  ກ່ຽວກັບ ວິທີການວິໄຈສານອາຫານທີ່ປະສົມໃນເຂົ້າສານ ໃນໂຄງການ “ເຂົ້າສານເສີມສານອາຫານ” (Rice Fortification) ຂອງ WFP. ໂຄງການນີ້ ເປັນການຮ່ວມມືຢ່າງໃກ້ຊິດກັບ ລັດຖະບານລາວ (ໂດຍສະເພາະກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ກະຊວງສຶກສາທິການ ແລະ ກິລາ) ພ້ອມທັງພາກສ່ວນກວດວິໄຈຄຸນນະພາບ ແລະ ວິໄຈອາຫານ ເພື່ອກໍານົດມາດຕະຖານ. ໂຄງການດັ່ງກ່າວໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2017-2018 (ໄລຍະທົດລອງ) ແລະ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍບໍ່ມີກຳນົດຢຸດຕິການພັດທະນາ ແຕ່ເປັນການ ປ່ຽນຜ່ານບົດບາດ ຈາກການທີ່ WFP ເປັນຜູ້ສະໜັບສະໜູນຫຼັກ ໄປສູ່ການໃຫ້ ພາກລັດ ແລະ ພາກເອກະຊົນຂອງລາວເປັນເຈົ້າການ 100% ໃນການບໍລິຫານຈັດການ ແລະ ຜະລິດເອງໃນໄລຍະຍາວ. ໂຄງການນີ້ ໄດ້ຍົກລະດັບຈາກໂຄງການຊ່ວຍເຫຼືອລ້າ ມາເປັນ ການສ້າງລະບົບທີ່ຍືນຍົງ (Sustainability) ເພື່ອໃຫ້ ສປປ ລາວ ມີທັງມາດຕະຖານທາງກົດໝາຍ, ມີຫ້ອງທົດລອງທີ່ສາມາດກວດວິໄຈຄຸນນະພາບໄດ້ ແລະ ມີພາກເອກະຊົນທີ່ສາມາດຜະລິດເຂົ້າສານເສີມສານອາຫານທີ່ມີຄຸນນະພາບ ເພື່ອປົກປ້ອງສຸຂະພາບຂອງເດັກນ້ອຍ ແລະ ປະຊາຊົນລາວໄດ້ດ້ວຍຕົນເອງໃນໄລຍະຍາວ.

 

 

ແຫຼ່ງທີ່ມາ :
ທີມຂ່າວ ສອຢ

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ