ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ກອງປະຊຸມການປະເມີນຄວາມສ່ຽງຂອງອາຫານ
ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026

          ຄະນະທີມງານ ກອງປະຊຸມວິຊາການກ່ຽວກັບການປະເມີນຄວາມສ່ຽງທາງດ້ານຈຸລິນຊີ ແລະ ເຄມີ ຂອງອາຫານ ນໍາພາ ໂດຍທ່ານ Dr. Subharat Suphatsak ຫົວໜ້າຄະນະທີມງານ Food and Agriculture Organization of the United Nations (FAO) ໄດ້ມາຢ້ຽມຢາມ ສອຢ ໃນວັນທີ 25 ພຶດສະພາ 2026, ໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ຈັນ ສະພາ ປາມະນີວົງ ຫົວໜ້າ ສອຢ ພ້ອມດ້ວຍຄະນະສູນ ແລະ ຄະນະຂະແໜງພາຍໃນ ສອຢ. ຈາກນັ້ນ ໃນລະຫວ່າງວັນທີ 26-27 ພຶດສະພາ 2026, ຄະນະດັ່ງກ່າວ ໄດ້ສືບຕໍ່ຈັດກອງປະຊຸມຂື້ນທີ່ ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດຣ. ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ທ່ານ ດຣ. ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ Dr. Subharat Suphatsak ຫົວໜ້າຄະນະທີມງານຈາກອົງການ FAO. ຈຸດປະສົງຂອງກອງປະຊຸມແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບຫຼັກການ, ໂຄງສ້າງ ແລະ ຈຸດປະສົງຂອງການປະເມີນຄວາມສ່ຽງຈາກອາຫານ ແລະ ວິທີການນໍາໃຊ້ໝາກຜົນຂອງການປະເມີນເຂົ້າໃນການຄຸ້ມຄອງຄວາມສ່ຽງ, ການຈັດລະດັບຄວາມສໍາຄັນ ແລະ ການສື່ສານ.

 

 

ແຫຼ່ງທີ່ມາ :
ທີມຂ່າວ ສອຢ

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ