ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ເຂົ້າຮ່ວມງານເປີດຕົວໂຄງການສຸຂະພາບໜຶ່ງດຽວ ເພື່ອຄວາມປອດໄພດ້ານອາຫານ One Health for Food Safety (1H4FS)
ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026

          ວັນທີ 22 ພຶດສະພາ 2026, ທ່ານ ດຣ.​ ບຸນສີ ສີບຸນເຮືອງ ຮອງຫົວໜ້າ ສອຢ,​ ທ່ານ ນ. ພອນປະໄພ ທໍາມະວົງ ຮອງຫົວໜ້າຂະແໜງວິໄຈອາຫານ ພ້ອມດ້ວຍວິຊາການ 01 ທ່ານ ໄດ້ເຂົ້າຮ່ວມງານເປີດຕົວໂຄງການສຸຂະພາບໜຶ່ງດຽວເພື່ອຄວາມປອດໄພດ້ານອາຫານ One Health for Food Safety (1H4FS) ຢ່າງເປັນທາງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄວາມປອດໄພດ້ານອາຫານແຫ່ງຊາດ ພາຍໃຕ້ເເນວຄວາມຄິດດ້ານສຸຂະພາບໜຶ່ງດຽວ (One Health). ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນ ທີ່ໂຮງແຮມສຸພັດຕຣາ, ນະຄອນຫຼວງວຽງຈັນ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ.​ ຄະຢອງ ມິ ຄິມ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ທ່ານ ຈັງ ຢັງ ຊູ ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈຳ ສປປ ລາວ, ທ່ານ ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ໂຄງການດັ່ງກ່າວນີ້ ໄດ້ຈັດຕັ້ງປະຕິບັດໂດຍ ກົມອາຫານ ແລະ ຢາ (FDD) ກະຊວງສາທາລະນະສຸກ ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ (DLF) ກະຊວງກະສິກຳ ແລະ ສິ່ງແວດລ້ອມ.

 

 

ແຫຼ່ງທີ່ມາ :
ທີມຂ່າວ ສອຢ

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ