| ເຂົ້າຮ່ວມຝຶກອົບຮົມ ການວິໄຈອາຫານຢູ່ ສສ ຫວຽດນາມ | |||
| ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026 | |||
ໃນລະຫວ່າງ ວັນທີ 12 - 15 ພຶດສະພາ 2026, ນ. ວິລາວັນ ຢ່າງໄກຫຶ ວິຊາການຂະແໜງວິໄຈອາຫານ ໄດ້ເຂົ້າຮ່ວມກອງປະຊຸມຝືກອົບຮົມທາງວິຊາການ ໃນຫົວຂໍ້ Technical Follow-Up Training on Mycotoxins Analysis ທີ່ National institute for food Control (NIFC), ຮ່າໂນຍ, ປະເທດຫວຽດນາມ. ກອງປະຊຸມຝຶກອົບຮົມໃນຄັ້ງນີ້, ວິທະຍາກອນແມ່ນມາຈາກ Singapore Food Agency ມີນັກສຳມະນາກອນຈາກ 04 ປະເທດເຂົ້າຮ່ວມ ຄື: ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ. ກອງປະຊຸມດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກ ໂຄງການ Physikalisch-Technische Bundesanstalt National Metrology Institute (PTB).
| |||
| ແຫຼ່ງທີ່ມາ : | |||
| ທີມຂ່າວ ສອຢ |