| ກອງປະຊຸມ ACTLC | |
| ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026 | |
ໃນລະຫວ່າງ ວັນທີ 05 - 06 ພຶດສະພາ 2026, ທ່ານ ດຣ. ຈັນສະພາ ປາມະນີວົງ ຫົວໜ້າ ສອຢ ໄດ້ເປັນປະທານກອງປະຊຸມ ຄະນະກຳມະການຫ້ອງທົດລອງເຄື່ອງສຳອາງອາຊຽນ (ACTLC) ຄັ້ງທີ 26 ຜ່ານລະບົບທາງໄກ, ເຊິ່ງມີຜູ້ເຂົ້າຮ່ວມຈາກ 10 ປະເທດອາຊຽນທີ່ເປັນຕົວແທນໃຫ້ແກ່ຫ້ອງທົດລອງເຄື່ອງສຳອາງຂອງແຕ່ລະປະເທດ. ຕາງໜ້າ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ສົມໃຈ ຈັນທະປານີ ຮອງຫົວໜ້າຂະແໜງວິໄຈຢາແລະເຄື່ອງສຳອາງ ພ້ອມດ້ວຍກອງເລຂາອາຊຽນ.
| |
| ແຫຼ່ງທີ່ມາ : | |
| ທີມຂ່າວ ສອຢ |