| ຂະບວນການຕ້ອນຮັບວັນກຳມະກອນສາກົນ | |||
| ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026 | |||
ວັນທີ 01 ພຶດສະພາ 2026, ທ່ານ ດຣ. ນ. ພັດສະລີ ອຸດົມສັກ ຄະນະກຳມະບານຮາກຖານ ສອຢ ພ້ອມດ້ວຍຕາງໜ້າສະມາຊິກກຳມະບານຮາກຖານ ສອຢ ຈຳນວນ 05 ທ່ານ ໄດ້ເຂົ້າຮ່ວມຂະບວນການຍ່າງເພື່ອສຸຂະພາບ ໃນພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະພາ 1886 - 01 ພຶດສະພາ 2026) ພາຍໃຕ້ຄໍາຂວັນ: “ກຳມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ” ພິທີດັ່ງກ່າວໄດ້ຈັດຂຶ້ນ ທີ່ ສວນປະຕູໄຊ, ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຊາວຜູ້ອອກແຮງງານ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ພາຍໃຕ້ບັນຍາກາດການສະເຫຼີມສະຫຼອງວັນກຳມະກອນສາກົນ, ໃນຕອນເຊົ້າຂອງວັນທີ 02 ພຶດສະພາ 2026, ກະຊວງສາທາລະນະສຸກ ໄດ້ເປີດຂະບວນການອອກແຮງງານລວມອ້ອມຂ້າງກະຊວງສາທາລະນະສຸກ, ໂດຍພາຍໃຕ້ການນຳພາຂອງ ທ່ານ ນ. ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ບັນດາທ່ານຮອງລັດຖະມົນຕີ, ຄະນະກົມ, ຄະນະສູນ, ໂຮງໝໍສູນກາງ, ໂຮງຮຽນ, ສາມອົງການຈັດຕັ້ງມະຫາຊົນ ແລະ ພະນັກງານອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ. ຕາງໜ້າ ສອຢ ທ່ານ ດຣ. ລຳເພັດ ຂຸນສັກນະລາດ, ທ່ານ ດຣ. ບຸນສີ ສີບຸນເຮືອງ ຮອງຫົວໜ້າ ສອຢ ກໍ່ໄດ້ນຳພາ ພະນັກງານ ສອຢ 05 ທ່ານ ເຂົ້າຮ່ວມຂະບວນການອອກແຮງງານໃນຄັ້ງນີ້ດ້ວຍ.
| |||
| ແຫຼ່ງທີ່ມາ : | |||
| ທີມຂ່າວ ສອຢ |