| ຊົມເຊີຍຜົນງານຂອງພະນັກງານສູນ ທີ່ໄດ້ປະກອບສ່ວນ ໃນກອງປະຊຸມອາຊຽນ | ||
| ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026 | ||
ວັນທີ 08 ພຶດສະພາ 2026, ທ່ານ ດຣ. ບຸນສີ ສີບຸນເຮືອງ ຮອງຫົວໜ້າສູນ ພ້ອມດ້ວຍຄະນະຂະແໜງ ແລະ ວິຊາການ 04 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່, ເຊື່ອມຊືມ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງຄະນະບໍລິຫານງານພັກກະຊວງສາທາລະນະສຸກ, ທີ່ຫ້ອງປະຊຸມໃຫຍ່ ມວສ (ວິທະຍາເຂດດົງໂພສີ), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ. ໃບຄໍາ ຂັດຕິຍະ ເລຂາພັກກະຊວງ, ລັດຖະມົນຕີກະຊວງສາທາລະນະສຸກ. ໃນວາລະດັ່ງກ່າວນີ້ ຍັງໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາສຳລັບບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ແກ່ ພະນັກງານການນໍາ, ອາດີດການນໍາ ແລະ ບັນດາພະນັກງານ ທີ່ມີຜົນງານໃນກອງປະຊຸມອາຊຽນ ປີ 2024. ໃນພິທີດັ່ງກ່າວ, ທ່ານ ດຣ.ບຸນສີ ສີບຸນເຮືອງ ຮອງຫົວໜ້າສູນ ໄດ້ຂື້ນຮັບຫຼຽນໄຊແຮງງານຊັ້ນ II, ທ່ານ ຄຳໄຊ ທ່າວ ຮອງຫົວໜ້າຂະແໜງວິໄຈອາຫານ ພ້ອມດ້ວຍວິຊາການ 04 ທ່ານ ໄດ້ຂື້ນຮັບຫຼຽນໄຊແຮງງານຊັ້ນ III ພ້ອມດ້ວຍໃບຍ້ອງຍໍຜົນງານດີເດັ່ນ ທີ່ໄດ້ປະຕິບັດໃນກອງປະຊຸມອາຊຽນທີ່ຜ່ານມາ.
| ||
| ແຫຼ່ງທີ່ມາ : | ||
| ທີມຂ່າວ ສອຢ |