| ຊົມເຊີຍຜົນງານຂອງພະນັກງານສູນ ປີ 2025 | ||
| ປະກາດໂດຍ: Chanthamaly Thongsavath, ວັນທີ: 10/06/2026 | ||
ເພື່ອເປັນການຍ້ອງຍໍ, ຊົມເຊີຍ ຜົນງານຂອງພະນັກງານ ສອຢ ໃນການຈັດຕັ້ງປະຕິບັດວຽກງານ ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຈົບງາມ ປະຈຳປີ 2025. ໃນຕອນເຊົ້າວັນທີ 08 ພຶດສະພາ 2026 ສອຢ ໄດ້ຈັດພິທີ ມອບ-ຮັບ ໃບຍ້ອງຍໍ ໃຫ້ແກ່ພະນັກງານ ຜູ້ທີ່ມີຜົນງານດີເດັ່ນ ດັ່ງນີ້: ບຸກຄົນດີເດັ່ນ ປະເພດ I ໄດ້ຮັບໃບຍ້ອງຍໍ ຈາກກະຊວງສາທາລະນະສຸກ ຈຳນວນ 28 ທ່ານ (ຍິງ 16 ທ່ານ), ບຸກຄົນດີເດັ່ນ ປະເພດ II ໄດ້ຮັບໃບຍ້ອງຍໍ ຈາກສູນວິໄຈອາຫານແລະຢາ ຈຳນວນ 08 ທ່ານ (ຍິງ 06 ທ່ານ). ໃຫ້ກຽດມອບໃບຍ້ອງຍໍໂດຍ ທ່ານ ດຣ. ຈັນສະພາ ປາມະນີວົງ, ຫົວໜ້າສູນວິໄຈອາຫານແລະຢາ. ນອກຈາກນັ້ນ, ຄະນະກຳມະບານຮາກຖານ ສອຢ ຍັງຖືເອົາໂອກາດດັ່ງກ່າວນີ້ ຈັດກອງປະຊຸມກຳມະບານ ເພື່ອເຜີຍແຜ່ເນື້ອໃນເອກະສານສຳຄັນເນື່ອງໃນວັນກຳມະກອນສາກົນ ຄົບຮອບ 140 ປີ (01 ພຶດສະ ພາ 1886 - 01 ພຶດສະພາ 2026) ພ້ອມທັງດໍາເນີນຊີວິດການເມືອງ ປະຈຳເດືອນ, ໃນກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 21 ທ່ານ.
| ||
| ແຫຼ່ງທີ່ມາ : | ||
| ທີມຂ່າວ ສອຢ |