ທ່ານ ສົມໃຈ ຈັນທະປານີ ຮອງຫົວໜ້າຂະແໜງວິໄຈຢາ ແລະ ເຄື່ອງສໍາອາງ ສູນວິໄຈອາຫານ ແລະ ຢາ ໄດ້ເຂົ້າຮ່ວມຝຶກອົບຮົມສາກົນກ່ຽວກັບການພັດທະນາການຄົ້ນພົບເຄື່ອງໝາຍໂມເລກຸນ ແລະ ການກໍານົດທີ່ຊັດເຈນຂອງຊັບພະຍາກອນເປັນຢາ, ໃນລະຫວ່າງວັນທີ 14 - 28 ກໍລະກົດ 2025 ທີ່ສິບສອງປັນນາ, ສາທາລະນະລັດ ປະຊາຊົນຈີນ. ມີຜູ້ຕາງໜ້າຈາກ 6 ປະເທດອາຊຽນເຂົ້າຮ່ວມ, ສໍາລັບ ສປປ ລາວ ແມ່ນເຂົ້າຮ່ວມ 7 ທ່ານ ຈາກ ສະຖາບັນການແພດ ແລະ ການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ ແລະ ຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.
ຂໍ້ມູນຈາກ: ທ່ານ ສົມໃຈ ຈັນທະປານີ

|