ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ຝືກອົບຮົມເຕັກນິກການຄຸ້ມຄອງຄວາມປອດໄພ ແລະ ການກວດສອບຜະລິດຕະພັນອາຫານ ສຳລັບບັນດາປະເທດໜື່ງແລວ-ໜື່ງເສັ້ນທາງ
ປະກາດໂດຍ: Khamxay Thao, ວັນທີ: 13/08/2025

   ທ່ານ ຄໍາໄຊ ທ່າວ ຮອງຫົວໜ້າຂະແໜງວິໄຈອາຫານ, ສູນວິໄຈອາຫານ ແລະ ຢາ ໄດ້ເຂົ້າຮ່ວມ ຝືກອົບຮົມເຕັກນິກການຄຸ້ມຄອງຄວາມປອດໄພ ແລະ ການກວດສອບຜະລິດຕະພັນອາຫານ ສຳລັບບັນດາປະເທດໜື່ງແລວ - ໜື່ງເສັ້ນທາງ ໃນລະຫ່ວາງວັນທີ 02-22 ກໍລະກົດ 2025, ທີ່ແຂວງຈຽງຊູ, ສປ ຈີນ ເຊິ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກກະຊວງການຄ້າ ແລະ ຈັດຕັ້ງປະຕິບັດໂດຍ ສະຖາບັນກວດກາ ແລະ ກັກກັນຄຸນນະພາບແຂວງຈຽງຊູ, ສາທາລະນະລັດ ປະຊາຊົນຈີນ. ມີຜູ້ເຂົ້າຮ່ວມທັງໝົດ 33 ທ່ານ (ຍິງ 20 ທ່ານ) ມາຈາກ 10 ປະເທດ (ສປປ ລາວ, ຄິວບາ, ບຣາຊີຣ, ແກມເບຍ, ຕີໂມ ເລສເຕ, ອິນໂດເນເຊຍ, ອາຟຣີກາໃຕ້, ຊູດານໃຕ, ໄນຈີເລຍ ແລະ ອູກັນດາ), ສໍາລັບ ສປປ ລາວ ແມ່ນເຂົ້າຮ່ວມ 6 ທ່ານ ຈາກ ກະຊວງສາທາລະນະສຸກ 3 ທ່ານ (ກົມອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ ແລະ ກອງກວດກາອາຫານ ແລະ ຢາ) ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ 3 ທ່ານ ໂດຍການເຂົ້າຮ່ວມເປັນປະທານເປີດປີດຂອງທ່ານ ໄດ໋ ຢູນຮຸຍ ຫົວໜ້າສະຖາບັນກວດກາ ແລະ ກັດກັນຄຸນນະພາບແຂວງຈຽງຊູ, ສປ ຈີນ. ການຝຶກອົບຮົມໄດ້ຮັບຟັງການບັນຍາຍ ຈາກພາກສ່ວນທີ່ກ່ຽວຂ້ອງຂອງວຽກງານດັ່ງກ່າວ, ສົນທະນາແລກປ່ຽນ ແລະ ຢ້ຽມຢາມບັນດາບໍລິສັດຜະລິດອາຫານຈໍານວນໜຶ່ງ.

  

 

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ