ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ຝຶກອົບຮົມໃຫ້ພະນັກງານຫ້ອງວິໄຈ 5 ແຂວງພາກເໜືອ
ປະກາດໂດຍ: Khamxay Thao, ວັນທີ: 13/08/2025

  ໃນວັນທີ 7 - 10 ກໍລະກົດ 2024, ກົມອາຫານ ແລະ ຢາ ຮ່ວມກັບ ສູນວິໄຈອາຫານ ແລະ ຢາ ໄດ້ຈັດຝຶກອົບຮົມໃຫ້ພະນັກງານຫ້ອງວິໄຈ 5 ແຂວງເປົ້າໝາຍໂຄງການ (ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ຜົ້ງສາລີ) ທີ່ຫ້ອງປະຊຸມ ພະແນກສາທາລະນະສຸກແຂວງຫຼວງພະບາງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດຣ. ນ. ວຽງໄຊ ວັນສີລາລົມ, ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ລໍາເພັດ ຂຸນສັກນະລາດ,​ ຮອງຫົວໜ້າສູນວິໄຈອາຫານ ແລະ ຢາ. ມີຜູ້ເຂົ້າຮ່ວມທັງໝົດ 27 ຄົນ, ຍິງ 19 ຄົນ ເຊິ່ງໄດ້ຮັບການສະໜັບສະໜູນຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ. ຈຸດປະປະສົງຂອງການຈັດຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ວິຊາການວິໄຈອາຫານ ແລະ ຢາ ຮູ້ຈັກການການວິໄຈອາຫານທາງດ້ານເຄມີ ແລະຈຸລິນຊີ ສາມາດນໍາໃຊ້ໃນການປະຕິບັດຕົວຈິງ.

   

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ