ກະຊວງສາທາລະນະສຸກ
 ສູນວິໄຈອາຫານແລະຢາ

ຂ່າວສານ ແລະ ການເຄື່ອນໄຫວ

ແມ່ຍິງຮາກຖານສູນວິໄຈອາຫານ ແລະ ຢາ ເຜີຍແຜ່ເອກະສານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ປະກາດໂດຍ: Khamxay Thao, ວັນທີ: 13/08/2025

ໜ່ວຍແມ່ຍິງຮາກຖານ ສູນວິໄຈອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ໃນວັນທີ 22 ກໍລະກົດ 2025 ທີ່ສູນວິໄຈອາຫານ ແລະ ຢາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ໂດຍ ການເປັນປະທານຂອງທ່ານ ປອ. ນ. ມະໄລທອນ ພະນາວັນ ປະທານແມ່ຍິງຮາກຖານສູນວິໄຈອາຫານ ແລະ ຢາ, ໃຫ້ກຽດເຂົ້າຮ່ວມ ໂດຍທ່ານ ດຣ. ກົງໃຈ ຄໍາພູມີ  ກໍາມະການໜ່ວຍພັກສູນວິໄຈອາຫານ ແລະ ຢາ, ມີຄະນະແມ່ຍິງ ແລະ ສະມາຊິກແມ່ຍິງຂອງສູນວິໄຈອາຫານ ແລະ ຢາ ເຂົ້າຮ່ວມ. ພ້ອມດຽວກັນນີ້ ຍັງໄດ້ມອບໃບຍ້ອງຍໍ ປະຈໍາປີ 2023 - 2024 ໃຫ້ບຸກຄົນທີ່ດີເດັ່ນ ແລະ ຈັບມືແຂ່ງຂັນ ເພື່ອສ້າງຄວາມສາມັກຄີ ປະກອບສ່ວນສ້າງຜົນງານການເຄື່ອນໄຫວວຽກງານແມ່ຍິງໃນປີຕໍ່ໄປ.

 

ແຫຼ່ງທີ່ມາ :

 

ເອກະສານຕ່າງໆ
ນິຕິກຳຕ່າງໆ
ຕິດຕໍ່ພວກເຮົາ